ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີ​ຣານ ປະກາດ​ຈະ​ຊ້ອມ​ຮົບ​ຮ່ວມ ​ກັບ ​ຣັດ​ເຊຍ ແລະ ຈີນ ໃນໄວໆນີ້

     ອີງ​ຕາມ​ສຳນັກ​ຂ່າວຕາ​​ສ ຣັດ​ເຊຍ (TASS) ລາ​ຍງານ​ວ່າ: ອີ​ຣານ ມີ​ແຜນ​ຈະ​ດຳເນີນການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະເລ​ກັບ​ຣັດ​ເຊຍ ແລະ ຈີນ
ກ່ອນ​ໝົດ​ເດືອນ ມີນາ 2024 ນີ້. ຕາມ​ຂ່າວ​ລາຍ​ງານ​ໃຫ້​ຮູ້​ວ່າ: ທ່ານ ຊາ​ຣາມ ອີ​ຣາ​ນີ (Shahram Irani) ຜູ້​ບັນຊາ​ການ​ກອງທັບ​ເຮືອ​ອີ​ຣານ
ໄດ້​ປະກາດ​ວ່າ: ກອງທັບຕົນ​ ພ້ອມ​ກັບ​ຣັດ​ເຊຍ ແລະ​ ຈີນ ຈະພ້ອມກັນ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ໃຫຍ່​ຢູ່​ທະເລ​ກ່ອນ​ທ້າຍ​ເດືອນ​ມີນາ​ຢ່າງ​ແນ່ນອນ.

     ການ​ຊ້ອມ​ຮົບ​ດັ່ງກ່າວ, ແມ່ນ​ເພື່ອ​ແນໃສ່​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ​ ແລະ ​ເພື່ອ​ຜົນ​ປະໂຫຍດ​ລວມ​ຂອງ​ຝ່າຍ​ທີ່​ເຂົ້າ​ຮ່ວມ.
ຜູ້​ບັນຊາ​ການ​ກອງທັບ​ອີ​ຣານ ກ່າວ​ອີ​ກວ່າ: ການ​ຊ້ອມ​ຮົບ​ເປັນ​ການ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ໃຫ້​ແກ່​ການເຄື່ອນໄຫວ​ທາງ​ທະເລ, ຕ້ານ​ໂຈນ​ສະ
​ລັດ ​ລັດ​ປຸ້ນ​ສະດົມ ແລະ ກໍ່​ການ​ຮ້າຍ. ໃນ​ເດືອນມີນາ ປີຜ່ານມາ, ອີ​ຣານ, ຣັດ​ເຊຍ ແລະ ຈີນ ໄດ້​ດຳເນີນ​ການ​ຊ້ອມ​ຮົບ​ສາມ​ຝ່າຍ​ທີ່​ເອີ້ນ​ວ່າ,
ສາຍຮັດ​ຄວາມ​ໝັ້ນຄົງ​ທາງ​ທະເລ​ຢູ່​ທະເລ​ອາ​ຣັບ.

     ພາຍຫຼັງ​ການ​ຊ້ອມ​ຮົບ​ດັ່ງກ່າວ, ກອງ ທັບ​ເຮືອ​ພາກ​ເໜືອ​ຂອງ​ຣັດ​ເຊຍ​ໄດ້​ເປີດເຜີຍ​ວ່າ, ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ປະຕິບັດ​ໜ້າທີ່​ເປັນ​ກຳລັງ
​ເຝິກ​ຊ້ອມ​ພາຍ​ໃຕ້​ຄຳ​ສັ່ງ​ຕ່າງໆ, ເຫັນ​ວ່າການ​ຊ້ອມ​ຮົບ​ຄັ້ງ​ນີ້​ໄດ້​ປະຕິບັດ​ການ​ບຸກ​ໂຈມ​ຕີ​ບັນດາ​ເປົ້າ​ໝາຍ​ຢູ່​ທະເລ​ໃນ​ຕອນ​ກາງເວັນ ແລະ ບຸກ
​ໂຈມ​ຕີ​ບັນດາ​ເປົ້າ​ໝາຍ​ທາງ​ອາກາດ​ໃນ​ຕອນ​ກາງຄືນ. ນອກ​ນີ້, ການ​ຊ້ອມ​ຮົບ​ຍັງ​ມີ​ກຳປັ່ນ​ຊ່ວຍເຫຼືອ​ຕົວ​ປະກັນ​ຖືກ​ຈັບ ແລະ ​ຊ່ວຍ ເຫຼືອ​ກຳ
ປັ່ນ​ທີ່​ປະສົບ​ອຸບັດເຫດ​ຢູ່​ກາງ​ທະເລ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2024